ແອັບນີ້ແມ່ນແອັບສຳລັບຄົນທີ່ຕ້ອງການສ້າງລາຍໄດ້ດ້ວຍລົດຂອງຕົນເອງ, ເພື່ອຊົດເຊີຍຄ່າບຳລຸງຮັກສາລົດ ຫຼື ເພື່ອເລີ່ມຕົ້ນທຸລະກິດການຂົນສົ່ງຂອງຕົນເອງ. ເຊິ່ງທ່ານກໍຍັງສາມາດເຮັດວຽກກັບບໍລິສັດແທັກຊີ່ຫຼາຍແຫ່ງພ້ອມກັນໄດ້. ໂດຍເພິດເພີນກັບຕາຕະລາງເຮັດວຽກທີ່ຢືດຢຸ່ນ ແລະ ບໍ່ຈຳເປັນຕ້ອງປະຈຳຢູ່ແຕ່ໃນຫ້ອງການອີກຕໍ່ໄປ.
ກັ່ນຕອງຂໍ້ມູນອໍເດີ້ດ້ວຍອັດຕາຄ່າໂດຍສານ ແລະ ຕຳແໜ່ງປາຍທາງ ເພື່ອທີ່ຈະເລືອກອໍເດີ້ທີ່ເໝາະສົມທີ່ສຸດສຳລັບທ່ານຈາກລາຍການອໍເດີ້. ນອກຈາກນີ້, ທ່ານຍັງສາມາດເປີດໃຊ້ງານໂໝດທີ່ບໍລິການຂອງເຮົາຈະສະເໜີອໍເດີ້ທີ່ໃກ້ທີ່ສຸດໃຫ້ທ່ານໂດຍອັດຕະໂນມັດ, ເຊິ່ງຈະຊ່ວຍໃຫ້ທ່ານສາມາດດຳເນີນການອໍເດີ້ເທື່ອລະລາຍການໄດ້. ດ້ວຍວິທີນີ້ມັນຈະຊ່ວຍໃຫ້ທ່ານໄດ້ຮັບລາຍໄດ້ທີ່ເພີ່ມຂຶ້ນໃນຂະນະທີ່ທ່ານໃຊ້ເວລາ ແລະ ນ້ຳມັນທີ່ໜ້ອຍລົງອີກດ້ວຍ.
ປະເພດອັດຕາຄ່າໂດຍສານທີ່ແຕກຕ່າງກັນເປັນຕົວກຳນົດລາຄາສຸດທ້າຍຂອງອໍເດີ້.
ທ່ານຈະຊາບໄດ້ລ່ວງໜ້າລາຄາທີ່ແນ່ນອນ. ອັັດຕາຄ່າບໍລິການແທັກຊີ່ແມ່ນຈະຄິດໄລ່ຕາມເວລາ ແລະ ໄລຍະທາງ. ຫາກຜູ້ໂດຍສານປ່ຽນເສັ້ນທາງລະຫວ່າງທາງ ຫຼື ຂໍໃຫ້ທ່ານລໍຖ້າ, ທ່ານກໍສາມາດແກ້ໄຂອໍເດີ້ດ້ວຍຕົນເອງໄດ້, ຄິດໄລ່ລາຄາໃຫມ່ ແລະ ປັບປ່ຽນໃຫ້ກົງກັບຄວາມຕ້ອງການຂອງຜູ້ໂດຍສານໄດ້ຢ່າງງ່າຍດາຍອີກດ້ວຍ.
ທ່ານສາມາດດຳເນີນການທຸກຢ່າງທີ່ຈຳເປັນສຳລັບການເຮັດວຽກນີ້ໄດ້ດ້ວຍຕົນເອງ ໂດຍທີ່ທ່ານບໍ່ຈຳເປັນຕ້ອງເດີນທາງໄປຫ້ອງການ ເຊັ່ນ: ການເຕີມເງິນເຂົ້າໃນບັນຊີສ່ວນຕົວດ້ວຍບັດທະນາຄານ ຫຼື ການຢັ້ງຢືນຕົວຕົນຜ່ານແອັບພລິເຄຊັນ.
ໃນກໍລະນີສຸກເສີນ, ທ່ານຍັງສາມາດນຳໃຊ້ປຸ່ມແຈ້ງເຕືອນເພື່ອຂໍຄວາມຊ່ວຍເຫຼືອຈາກຄົນຂັບຄົນອື່ນໄດ້ອີກດ້ວຍ.
ແອັບທີ່ມີປະໂຫຍດຫຼາກຫຼາຍເຊັ່ນນີ້ຊ່ວຍໃຫ້ການເຮັດວຽກກັບບໍລິສັດແທັກຊີ່ເປັນເລື່ອງທີ່ງ່າຍດາຍໄປເລີຍ.
ນອກຈາກນັ້ນແລ້ວ, ມັນຍັງປະກອບມີຫຼັກສູດການຝຶກອົບຮົມເປັນວິດີໂອເພື່ອຊ່ວຍໃຫ້ທ່ານເຂົ້າໃຈ ແລະ ໃຊ້ງານແອັບໃຫ້ຊຳນານໄດ້ຢ່າງວ່ອງໄວອີກດ້ວຍ.
ອັບເດດແລ້ວເມື່ອ
9 ມ.ສ. 2025